ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ການ​ລະບາດ​ຂອງ​ພະຍາດ​ອະຫິ​ວາ​ຢູ່​ຊູ​ດັງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 299 ຄົນ


     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 3 ມີນາ ນີ້,ໂດຍ​ອີງ​ຕາມ​ອົງການ​ອະນາໄມ​ໂລກ​ໄດ້​ເປີດເຜີຍ​ບົດ​ລາຍ​ງານ​ກ່ຽວ​ກັບ​ໂລກ​ອະ
ຫິ​ວາ​ຢູ່​ຊີ​ດັງ ໂດຍ​ລະບຸ​ວ່າ: ນັບ​ແຕ່​​​ຊູ​ດັງ​ເກີດ​ພະຍາດ​ອະຫິ​ວາ​ລະບາດ​ເປັນ​ບໍລິເວນ​ກວ້າງຂວາງ​ເມື່ອ​ ເດືອນ ​ກັນຍາ​ ປີ 2023 ເປັນຕົ້ນ​
ມາ, ຢູ່​ປະເທດ​ດັ່ງກ່າວ​ໄດ້​ລາຍ​ງານ​ມີ​ຜູ້​ຕິດພະຍາດ​ອະຫິ​ວາ​ຫຼາຍ​ກວ່າ 10.800 ກໍລະນີ​ແລ້ວ, ໃນ​ນັ້ນ​ມີ​ຜູ້​ເສຍ​ຊີວິດ 299 ຄົນ.

     ບົດ​ລາຍ​ງານ​ແຈ້ງ​ຕື່ມ​ວ່າ: ອົງການ​ອະນາໄມ​ໂລກ​ພວມ​ຮ່ວມ​ມື​ກັບ​ກະຊວງ​ສາທາລະນະ​ສຸກ​ຊູ​ດັງ​ຢ່າງ​ໃກ້ຊິດ ໂດຍ​ດຳເນີນ​ການ
ເຄື່ອນໄຫວ​ສັກ​ວັກ​ຊິນ​ຂະໜາດ​ໃຫຍ່​ຢູ່​ຊູ​ດັງ ທັງ​ສະໜອງ​ອຸປະກອນ​ປ້ອງ​ກັນ​ຕົວ​ໃຫ້​ແກ່​ພະນັກງານ​ການ​ແພດ ແລະ ໃຫ້ການ​ຊີ້​ນຳ​ດ້ານ​
ເຕັກນິກ, ນອກ​ນີ້​ຍັງ​ມີ​ແຜນ​ຈະ​ອົບຮົມ​ພະນັກງານ​ການ​ແພດ​ຈຳນວນ 280 ຄົນ​ຢູ່ 4 ລັດ​ຂອງ​ຊູ​ດັງ. ຂ່າວ​ລາຍ​ງານ​ຕື່ມ​ວ່າ: ວັນ​ທີ 15
ເມສາ 2023, ກຳລັງ​ປະກອບ​ອາວຸດ​ຂອງ​ຊູ​ດັງ​ກັບ​ກຳລັງ​ຊ່ວຍ​ໜູນ​ເຄື່ອນ​ທີ່​ໄວ​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ຈາກ​ນັ້ນ
​ໄດ້​ລຸກລາມ​ໄປ​ຮອດ​ເຂດ​ແຄວ້ນ​ອື່ນໆ ແລະ ສືບຕໍ່ໆ​ກັນ​ມາ​ຈົນ​ຮອດ​ປັດຈຸບັນ.

     ອີງ​ຕາມ​ຕົວ​ເລກ​ສະຖິຕິ​ຈາກ​ອົງການ​ອະນາໄມ​ໂລກ​ສະແດງ​ໃຫ້​ເຫັນ​ວ່າ: ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນ, ປັດຈຸບັນ,
ອົງການ​ສາທາລະນະ​ສຸກ 70%-80% ຂອງ​ຊູ​ດັງ​ໄດ້​ຍຸດຕິ​ການເຄື່ອນໄຫວ, ເຮັດ​ໃຫ້​ປະຊາກອນ​ທົ່ວ​ປະເທດ​ຊູ​ດັງ​ຫຼາຍ​ກວ່າ 65% ບໍ່​
ສາມາດ​ໄດ້​ຮັບ​ການ​ບໍລິການ​ດ້ານ​ການ​ແພດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024